Sinopsis
Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .
Episodios
-
ຄົບຮອບຊາວປີຂອງ Tsunami.
07/01/2025 Duración: 08minໃນວັນທີ 26 ເດືອນທັນວາ ປີ 2004, ແຜ່ນດິນໄຫວໃຕ້ທະເລ ຂນາດ 9.1 ຊຶ່ງໄດ້ກໍ່ໃຫ້ເກີດຄື້ນ Tsunami ແລະໄດ້ແຜ່ຂຍາຍໄປທົ່ວມະຫາສມຸດອິນເດັຍ, ດ້ວຍຄວາມໄວ 800 ກິໂລແມັດ ຕໍ່ຊົ່ວໂມງ. ມັນໄດ້ນໍາພັຍທັມມະຊາດ ມາສູ່ 14 ປະເທດ, ໄດ້ກວາດລ້າງຊຸມຊົນ ທັງຫມົດໃນເອເຊັຍຕາເວັນອອກສ່ຽງໃຕ້ ແລະເອເຊັຍໃຕ້ ແລະສົ່ງຜົນກະທົບ ຕໍ່ເຂດແຄມຝັ່ງທະເລ ຈົນເຖິງອາຟຣິກາ ຕາເວັນອອກ. ລວມແລ້ວ ມີຜູ້ເສັຍຊີວິດ ຢ່າງຫນ້ອຍ 225,000 ຄົນ.
-
ຄຳເຕືອນຂອງ NATO ກ່ຽວກັບສົງຄາມໃນຢູໂຣບ.
18/12/2024 Duración: 05minຜູ້ນຳຄົນໃຫມ່ຂອງ NATO ໄດ້ຮຽກຮ້ອງ ໃຫ້ມີການໃຊ້ຈ່າຍດ້ານການປ້ອງກັນຫລາຍກວ່າເກົ່າ ເພື່ອຕ້ານກັບຣັສເຊັຍ, ໂດຍກ່າວວ່າ ສະມາຊິກພັນທະມິດ ຕ້ອງ 'ປ່ຽນຄວາມຄິດໃນຍາມສົງຄາມ' ພ້ອມທັງອະທິບາຍເຖິງສະຖານະການ ຄວາມໝັ້ນຄົງທົ່ວໂລກ ວ່າເປັນ 'ສິ່ງທີ່ຮ້າຍແຮງທີ່ສຸດໃນຊີວິດຂອງລາວ' ແລະໄດ້ເຕືອນ ເຖິງຄວາມທະເຍີທະຍານ ຂອງປະເທດຈີນ.
-
Understanding how pharmacies operate in Australia - ທຳຄວາມເຂົ້າໃຈວ່າຮ້ານຂາຍຢາ ດໍາເນີນງານແນວໃດໃນອອສເຕຣເລັຍ
18/12/2024 Duración: 12minIn Australia pharmacists dispense prescription medications and provide healthcare advice, educating the community on the use of medicines and disease prevention. - ໃນອອສເຕຣເລັຍ ທ່ານຫມໍຢາໃຫ້ຢາຕາມໃບສັ່ງໝໍ, ໃຫ້ຄໍາແນະນໍາດ້ານການດູແລສຸຂະພາບ, ໃຫ້ຄວາມຮູ້ກ່ຽວກັບການໃຊ້ຢາຢ່າງປອດພັຍ ແລະ ການປ້ອງກັນໂຣກ.
-
ການກັບຄືນອອສເຕຣເລັຍຂອງ“the Bali Nine”.
18/12/2024 Duración: 06minຫຼັງຈາກການໃຊ້ຊີວິດໃນຄຸກທີ່ ອິນໂດເນເຊັຍເປັນເວລາຫຼາຍປີ. ບັດນີ້ ພວກເຂົາໄດ້ກັບຄືນປະເທດ ຈາກການເຈຣະຈາລະຫວ່າງ ນາຍົກຣັຖມົນຕີ ແລະປະທານາທິບໍດີຂອງ ອິນໂດເນເຊັຍ. ແຕ່ສະມາຊິກຂອງກຸ່ມ ສອງຄົນໄດ້ຖືກປະຫານຊີວິດ ໃນປີ 2015 ແລະອີກຄົນໜຶ່ງຕາຍດ້ວຍໂຣກ ມະເຮັງ ໃນປີ 2018.
-
ພາຍຸໄຊຄະໂລນ Chido ທີ່ເກາະ Mayotte.
18/12/2024 Duración: 05minພາຍຸໄຊຄະໂລນ Chido ທີ່ພັດຖລົ່ມເກາະ Mayotte ຂອງຝຣັ່ງ ແລະໄດ້ສ້າງຄວາມເສັຍຫາຍຢ່າງໜັກ. ນອກຈາກຄວາມເສັຍຫາຍທາງຊັບສິນແລ້ວ, ທາງການຍັງມີຄວາມເປັນຫ່ວງກ່ຽວກັບໂຣກລະບາດ ເຊັ່ນ ໂຣກອະຫິວາ ແລະໄຂ້ປ່າ ທີ່ອາດມາກັບນ້ຳຖ້ວມນຳອີກ. $ນຂນະດຽວກັນ, ທາງຢູໂຮບກໍໃຫ້ຄຳໝັ້ນວ່າ ຈະບໍ່ປະຖິ້ມ Mayotte ແລະຈະໃຫ້ຄວາມສນັບສນູນຢ່າງເຕັມທີ່.
-
ປວັດການອະພັຍໂທດ ຂອງອາເມຣິກາ.
11/12/2024 Duración: 11minປະທານາທິບໍດີ ຂອງສະຫະຣັດອາເມຣິກາ ມີອໍານາດ ທີ່ຈະໃຫ້ອະພັຍໂທດຜູ້ໃດກໍໄດ້ ພາຍໃຕ້ຣັຖທັມມະນູນ ຂອງສະຫະຣັດອາເມຣິກາ-ແລະສິດທິພິເສດນັ້ນ ໄດ້ກາຍເປັນຫົວຂໍ້ຂ່າວເມື່ອບໍ່ດົນມານີ້ ເມື່ອ Biden ໄດ້ຕັດສິນໃຈ ທີ່ຈະໃຫ້ອະພັຍໂທດ Hunter ຜູ້ເປັນລູກຊາຍ. ຜູ້ຊ່ຽວຊານດ້ານກົດໝາຍກ່າວວ່າ Donald Trump ອາດຈະໃຊ້ຂໍ້ອ້າງນີ້ ໃຫ້ອະພັຍໂທດ
-
ລາງວັນ Nobel ສາຂາສັນຕິພາບ.
11/12/2024 Duración: 06minກຸ່ມຮາກຫຍ້າ ຂອງຜູ້ລອດຊີວິດ ຈາກການຖິມລະເບີດປະຣະມານູ (Atomic Bombings) ທີ່ Hiroshima ແລະ Nagasaki ໃນປີ 1945 ໄດ້ຮັບລາງວັນ Nobel ສາຂາສັນຕິພາບ. ຜູ້ໄດ້ຮັບ ລາງວັນ Nobel ສາຂາສັນຕິພາບ ໃນປີນີ້ກໍາລັງຮຽກຮ້ອງຜູ້ນໍາຂອງໂລກ ບໍ່ໃຫ້ລືມອະດີດ.
-
ສະຖານະການຫຼ້າສຸດຂອງຊີເຣັຍ.
10/12/2024 Duración: 06minສະພາຄວາມໝັນຄົງ ຂອງສະຫະປະຊາຊາດ ໄດ້ປະຊຸມກັນເພື່ອສົນທະນາ ກ່ຽວກັບສະຖານະການ ທີ່ກໍາລັງປ່ຽນແປງ ໃນປະເທດຊີເຣັຍ. ໃນຂນະທີ່ ເຢັຍຣະມັນ ແລະປະເທດຝຣັ່ງ ກໍໄດ້ສົນທະນາ ກ່ຽວກັບຄວາມເປັນໄປໄດ້ ໃນການຮ່ວມມື ກັບຜູ້ນໍາຄົນໃຫມ່ຂອງຊີເຣັຍ. ກຸ່ມຕໍ່ຕ້ານ ທີ່ໂຄ່ນລົ້ມ al-Assad ໄດ້ປະກາດນິຣະໂທດກັມ ທົ່ວໄປ (General Amnesty) ສໍາລັບທະຫານທຸກຄົນ ທີ່ຖືກເກນເຂົ້າເປັນທະຫານ ພາຍໃຕ້ການປົກຄອງ ຂອງອະດີດຜູ້ນຳ ແລະ Türkiye ກ່າວວ່າ ມັນກໍາລັງເປີດປະຕູຊາຍແດນ ກັບປະເທດຊີເຣັຍ ເພື່ອຈັດການ ການກັບຄືນຢ່າງປອດພັຍ ແລະດ້ວຍຄວາມສມັກໃຈ ຂອງຜູ້ອົບພະຍົບຊາວຊີເຣັຍ ຫລາຍລ້ານຄົນ ທີ່ອາສັຍຢູ່ໃນປະເທດນີ້.
-
ສ່ວນເກີນ ແລະສິ່ງເສດເຫຼືອຈາກ ຄຣິດສະມັສ.
10/12/2024 Duración: 05minການສໍາຫລວດຄວາມຄິດເຫັນ ໂດຍສະຖາບັນອອສເຕຣເລັຍ (the Australia Institute) ໄດ້ໃຫ້ປະເມີນໂຕເລກ ການໃຊ້ຈ່າຍຂອງຄຣິດສະມັສ ທີ່ໝົດເປືອງ-ແລະແມ່ນຫລາຍກວ່າ 1 ພັນລ້ານໂດລາ.ນັ້ນຄື ຄ່າໃຊ້ຈ່າຍໂດຍປະມານ ຂອງຂອງຂວັນ ທີ່ບໍ່ຕ້ອງການທີ່ ຈະແລກປ່ຽນກັນ ໃນຄຣິດສະມັສນີ້, ຊຶ່ງຫລາຍຢ່າງ ຈະສິ້ນສຸດລົງດ້ວຍການ ເປັນສິ່ງເສດເຫຼືອ ທີ່ຖືກຝັງດິນ ຍ້ອນເຫດຜົນຫຼາຍປະການ.
-
ຊາວອອສເຕຣເລັຍເປັນຫ່ວງ ກ່ຽວກັບສະພາບອາກາດ
03/12/2024 Duración: 09minຊາວອອສເຕຣເລັຍ ເປັນຫ່ວງ ກ່ຽວກັບອະນາຄົດ ຂອງສະພາບອາກາດ ທີ່ຮຸນແຮງສໍາລັບປະເທດ. ສະພາບການນ້ຳຖ້ວມ ພາຍຸຝົນກໍ ມີຫລາຍຂຶ້ນເລື້ອຍໆ ໄດ້ເຮັດໃຫ້ບໍຣິການຣົດໄຟ ຕົກຢູ່ໃນຄວາມວຸ້ນວາຍ, ຣົດຖືກປະຖິ້ມ ແລະຜູ້ຄົນໄດ້ແລ່ນໄປຫາບ່ອນຫລົບພັຍ ໃນ ຂນະ ທີ່ຫ້າຣັດ ຖືກທໍາລາຍດ້ວຍພາຍຸຝົນ ແລະນ້ຳຖ້ວມ. ແຕ່ຜົນກະທົບຂອງສະພາບອາກາດ -ໍໄດ້ມີແຕ່ໃນອອສເຕຣເລັຍເທົ່ານັ້ນ. ຫຼາຍປະເທດທົ່ວໂລກກໍປະສົບກັບສະພາວະດຽວກັນ.
-
Finding a bank account that works hard for you - ການຊອກຫາບັນຊີທະນາຄານ ທີ່ເຮັດວຽກຫນັກສໍາລັບທ່ານ.
03/12/2024 Duración: 11minIf you have a job, receive government benefits or want to pay your bills easily you’ll need a bank account. You may even need more than one. To join the 20 million customers who hold Australian bank accounts, take some time to find one that best suits your needs. - ຖ້າທ່ານມີວຽກເຮັດ, ຮັບສວັດດີການຈາກຣັຖບານ ຫຼືຢາກຊຳລະຄ່າໃຊ້ຈ່າຍຢ່າງງ່າຍໆ ທ່ານຈະຕ້ອງມີບັນຊີທະນາຄານ. ທ່ານອາດຈໍາເປັນຕ້ອງມີຫຼາຍກວ່າຫນຶ່ງບັນຊີ. ໃນການເປັນລູກຄ້າຄືກັບ 20 ລ້ານຄົນ ທີ່ມີບັນຊີທະນາຄານຂອງອອສເຕຣເລັຍ ມັນກຸ້ມຄ່າທີ່ຈະໃຊ້ເວລາ ເພື່ອຊອກຫາບັນຊີ ທີ່ເຫມາະສົມກັບຄວາມຕ້ອງການຂອງທ່ານ.
-
ປະຕິກິຣິຍາຈາກການສັ່ງຫ້າມການໃຊ້ ສື່ສານມວນຊົນ
03/12/2024 Duración: 06minການສັ່ງຫ້າມການໃຊ້ ສື່ສານມວນຊົນ ຂອງຊາວໜຸ່ມອອສເຕຣເລັຍ ໄດ້ເປັນຂ່າວທົ່ວໂລກ. ຣັຖບານກ່າວວ່າ ບໍຣິສັດ ສື່ສານ ຈະຕ້ອງຮັບຜິດຊອບໃນການກວດກາ ດ້ານອາຍຸ. ບໍ່ດັ່ງນັ້ນ ຈະມີການປັບໃໝ. ຜູ້ຊ່ຽວຊານກ່າວວ່າ ມັນບໍ່ແມ່ນເລື້ອງງ່າຍ. ໃນຂນະທີ່ໃນຕ່າງປະເທດ ຊາວໜຸ່ມ ກໍເລີ້ມມີການ ສົນທະນາກັນກ່ຽວກັບເລື້ອງນີ້.
-
ອຸດສະຫະກັມໃໝ່ ທີ່ກໍາລັງເຕີບໂຕໃນຈີນ.
03/12/2024 Duración: 06minຣັຖບານຈີນ ກຳລັງສົ່ງເສີມອຸດສາຫະກັມ ການບິນລະດັບຕ່ຳ (Low-altitude Aviation) ຊຶ່ງໄດ້ມີການເປີດສະແດງທີ່ການສະແດງການບິນທີ່ Airshow China ໃນເມືອງ Zhu hai. ຫຼາຍຄົນກໍວ່າ ດີ ແຕ່ກໍມີບາງຄົນທີ່ກ່າວວ່າ ລາຄາແລະຄ່າໃຊ້ຈ່າຍຈະເປັນໂຕບົ່ງຊີ້ ສັກກະຍະພາບ(Potential) ຂອງ ອຸດສາຫະກັມນີ້.
-
ຄະດີສອງຄະດີຕໍ່ Donald Trump ໄດ້ຖືກຍົກຟ້ອງ.
28/11/2024 Duración: 06minຄະດີທີ່ຮ້າຍແຮງທີ່ສຸດ ສອງຄະດີຕໍ່ Donald Trump ໄດ້ຖືກຍົກຟ້ອງ.ອັຍການກ່າວວ່າ ການຕັດສິນໃຈນັ້ນ ບໍ່ໄດ້ເກີດຂຶ້ນຕາມເຫດຜົນ...ແຕ່ເປັນເພາະ Trump ຈະກັບຄືນໄປ White House ໃນປີໜ້າ. ເຖິງແມ່ນວ່າ ມີໂອກາດນ້ອຍ ທີ່ຄະດີຈະກັບມາອີກ ຫລັງຈາກ Trump ໄດ້ຮັບຕໍາແຫນ່ງ ເປັນເທື່ອທີສອງ, ແຕ່ຜູ້ຊ່ຽວຊານກ່າວວ່າ ມັນບໍ່ໜ້າເປັນໄປໄດ້.
-
ຄຳເຕືອນກ່ຽວກັບການຊື້ສິນຄ້າທາງ ອອນລາຍ
27/11/2024 Duración: 09minຜູ້ຊ່ຽວຊານ ເລື່ອງການຂາຍທາງອອນລາຍ (Online sales) ໄດ້ເຕືອນຜູ້ບໍຣິໂພກ ໃຫ້ລະວັງຕໍ່ການສໍ້ໂກງ ໃນຂນະທີ່ພວກເຂົາໄປຊື້ເຄື່ອງ ທາງອິນເຕີເນັດ ໂດຍສະເພາະໃນຊ່ວງເທດສະການຫຼຸດລາຄາ ຂອງ Black Friday ແລະ Christmas. ດ້ວຍການສໍ້ໂກງທີ່ຊັບຊ້ອນ ແລະຍາກຕໍ່ການແຍກແຍະຫຼາຍຂຶ້ນ ຜູ້ຊ່ຽວຊານ ຈຶ່ງໃຫ້ຄໍາແນະນໍາທີ່ເປັນປໂຍດ ກ່ຽວກັບສິ່ງທີ່ຕ້ອງລະວັງ ແລະວິທີກຽມຕົວ.
-
ການຕາຍຜູ້ທີສອງຂອງຊາວອອສເຕຣເລັຍໃນລາວ
26/11/2024 Duración: 06minພໍ່ຂອງຜູ້ຍິງທີ່ຕາຍໃນປະເທດລາວ ດ້ວຍຄວາມສົງສັຍວ່າຖືກສານພິດໃນເຫຼົ້າ ທີ່ວັງວຽງ ໄດ້ຊຸກຍູ້ໃຫ້ຣັຖບານລາວສອບສວນໃຫ້ເຖິງທີ່ສຸດ ເພື່ຶວ່າມັນຈະບໍ່ເກີດຂຶ້ນອີກໃນອະນາຄົດ. ແມ່ນແຕ່ນາຍົກຣັຖມົນຕີ Victoria ກໍໄດ້ກ່າວກ່ຽວກັບເຫດການທີ່ໂສກເສົ້າຄືກັນ. ຣັຖບານລາວ ໄດ້ກ່າວເຖິງເຫດການທີ່ເກີດຂຶ້ນໃນວັນເສົາ, ໂດຍທີ່ຕໍາຫລວດທ້ອງຖິ່ນກ່າວວ່າ ຫລາຍຄົນໄດ້ຖືກຄຸມໂຕ, ແຕ່ຍັງບໍ່ມີການຕັ້ງຂໍ້ກ່າວຫາ.
-
ຄົນອອສເຕຣເລັຍ ຖືກພິດເຫຼົ້າຮ້າຍແຮງໃນລາວ
21/11/2024 Duración: 08minນັກທ່ອງທ່ຽວຊາວອອສເຕຣເລັຍ ສອງຄົນ ຈາກ Melbourne ມີອາການບໍ່ສະບາຍຢ່າງໜັກ ຫລັງຈາກໄດ້ດື່ມ ສິ່ງທີ່ເຊື່ອວ່າ ເປັນເຫຼົ້າປະສົມ (Cocktail) ທີ່ເປັນພິດໃນປະເທດລາວ. ທັງສອງຕ້ອງໃຊ້ເຄື່ອງຊ່ວຍຊີວິດ ຢູ່ຄົນລະໂຮງຫມໍທີ່ປະເທດໄທ. ຂ່າວຫຼ້າສຸດ, ໜຶ່ງໃນສອງຄົນນັ້ນ ໄດ້ເສັຍຊີວິດແລ້ວໃນວັນພະຫັດ 20 ພິຈິກ ໃນໂຮງໝໍ ທີ່ປະເທດໄທ.
-
ອະນາຄົດຂອງການໃຊ້ເງິນສົດໃນການຊື້ຂາຍ
20/11/2024 Duración: 10minເຖິງແມານວ່າການຊຳລະ ເງິນແບບ Digital ບໍ່ວ່າຈະເປັນການຈ່າຍເງິນດ້ວຍໂທຣະສັບມືຖື ຫລືບັດ Credit ຈະເປັນເລື້ອງປົກກະຕິ. ແຕ່ສຳລັບຊາວອອສເຕຣເລັຍໃນພູມີພາກ ແລະຜູ້ສູງອາຍຸດ ການຊຳລະດ້ວຍເງິນສົດຍັງຄົງປະຕິບັດຢູ່ຢ່າງກວ້າງຂວາງ. ຣັຖບານກຳລັງຫາວິທີທີ່ຈະເຮັດໃຫ້ເງິນສົດໝູນວຽນໃນລະບົບການຄ້າຂາຍ ໂດຍການອອກຂໍ້ບັງຄັບໃຫ້ຮ້ານຄ້າສິນຄ້າຈຳເປັນ ໃຫ້ຮັບເງິນສົດ.
-
ວັກຊີນປ້ອງກັນໂຣກທາງເດີນຫາຍໃຈຟຣີ
20/11/2024 Duración: 06minRSV ຍັງເປັນສາເຫດສໍາຄັນ ຂອງການເຂົ້າໂຮງຫມໍ ສໍາລັບເດັກນ້ອຍ ໃນອອສເຕຣເລັຍ. ມັນເປັນໄວຣັສທົ່ວໄປ ທີ່ຕາມປົກກະຕິແລ້ວ ມີອາການບໍ່ຮຸນແຮງ,ອາການຈະຄ້າຍຄືກັນກັບ ໄຂ້ຫວັດ ແລະ COVID-19, ແລະເດັກນ້ອຍສ່ວນຫລາຍ ຈະຕິດເຊື້ອ RSV ກ່ອນເຂົາຈະມີອາຍຸຮອດສອງປີ.ຕອນນີ້ ຣັຖບານ ວາງແຜນທີ່ຈະລົງທຶນ ຫຼາຍກວ່າ 174 ລ້ານໂດລາ ໃນໄລຍະສີ່ປີເພື່ອຊ່ວຍຕໍ່ສູ້ ກັບໄວຣັສ. ວັກຊີນຟຣີ ຈະມີໃຫ້ແກ່ເດັກນ້ອຍ ແລະຜູ້ຍິງທີ່ຖືພາ ໃນໄລຍະສາມເດືອນສຸດທ້າຍ ຂອງການຖືພາ ຈາກປີຫນ້າ.
-
What happens when you are summoned for Jury Duty? - ຈະເກີດຫຍັງຂຶ້ນ ເມື່ອທ່ານຖືກເອີ້ນໃຫ້ເຮັດຫນ້າທີ່ຄນະລູກຂຸນ (Jury)?
20/11/2024 Duración: 12minEvery Australian citizen who is on the electoral roll can be called up for jury service. But what is involved if you get called to be a juror? And what is the role of a jury? - ພົນລະເມືອງຂອງອອສເຕຣເລັຍທຸກຄົນທີ່ຢູ່ໃນລາຍຊື່ຂອງການເລືອກຕັ້ງສາມາດຖືກເອີ້ນໃຫ້ໄປຮັບໜ້າທີ່ໃນຄນະລູກຂຸນ (Jury). ແຕ່ຈະກ່ຽວຂ້ອງກັບຫຍັງແນ່ຖ້າຫາກທ່ານຖືກເອີ້ນໃຫ້ເປັນລູກຂຸນ (Juror) ?ແລະບົດບາດຂອງຄນະລູກຂຸນ (Jury) ແມ່ນຫຍັງ?