Sbs Lao - Sbs

  • Autor: Vários
  • Narrador: Vários
  • Editor: Podcast
  • Duración: 70:20:12
  • Mas informaciones

Informações:

Sinopsis

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episodios

  • ກົດໝາຍກ່ຽວກັບ ຜູ້ຂັບຣົດທີ່ໃຊ້ກັນຊາໃນ Victoria.

    04/03/2025 Duración: 08min

    ຜູ້ຂັບຣົດທີ່ໃຊ້ກັນຊາ (cannabis) ໃນ Victoria ຈະບໍ່ຖືກສັ່ງປົດ ໃບອະນຸຍາດຂັບຂີ່ ໂດຍອັດຕະໂນມັດອີກຕໍ່ໄປ ພາຍໃຕ້ກົດຫມາຍໃຫມ່ ທີ່ຈະມີຜົນກະທົບໃນຣັດ.ຈາກວັນທີ 1 ເດືອນມິນາ, ຜູ້ຂັບຣົດດັ່ງກ່າວ ຈະມີໂອກາດໂຕ້ຖຽງໃນສານວ່າ ຄວາມສາມາດຂອງເຂົາເຈົ້າ ບໍ່ມີຄວາມບົກພ່ອງ ໃນຂນະທີ່ຂັບຣົດ.

  • ວິກິດຄວາມອຶດຫິວຂອງນັກຮຽນໃນອອສເຕຣເລັຍ

    04/03/2025 Duración: 06min

    ຄວາມຝືດເຄືອງຂອງເສດຖະກິດໃນອອສເຕຣເລັຍ ໄດ້ສົ່ງຜົນກະທົບຕໍ່ ນັກຮຽນ ຜູ້ທີ່ໄປໂຮງຮຽນໂດຍບໍ່ມີອາຫານ ຫຼືຕ້ອງ ອາສັຍການ ສນັບສນຸນຈາກອົງກອນການກຸສົນ.

  • CRISP -ຈະກາຍເປັນແບບຖາວອນ.

    26/02/2025 Duración: 05min

    ຣັຖບານກາງ ໄດ້ປະກາດວ່າ ໂຄງການທົດລອງ Community Refugee Integration and Settlement - ທີ່ຮູ້ຈັກກັນໃນນາມ CRISP ທີ່ຊ່ອຍເຫຼືອຜູ້ອົບພະຍົບໃນການຕັ້ງຖິ່ນຖານໃນ ອອສເຕຣເລັຍ -ຈະກາຍເປັນແບບຖາວອນ.

  • Important tips for cycling in Australia - ຄໍາແນະນໍາສໍາຄັນ ກ່ຽວກັບການຂີ່ຣົດຖີບ ໃນອອສເຕຣເລັຍ.

    26/02/2025 Duración: 12min

    Riding a bicycle is a common and affordable form of transport in Australia, with people cycling for sport, recreation and to commute. Cycling also comes with some rules to keep all road users safe. - ການຂີ່ຣົດຖີບ ເປັນການຂົນສົ່ງທົ່ວໄປ ໃນອອສເຕຣເລັຍ ໂດຍທີ່ຜູ້ຄົນຂີ່ຣົດຖີບ ເພື່ອການອອກກຳລັງກາຍ, ເພື່ອການພັກຜ່ອນ ແລະເພື່ອການເດີນທາງ. ການຂີ່ຣົດຖີບ ຍັງມີກົດບາງຢ່າງ ເພື່ອຮັກສາຜູ້ໃຊ້ຖນົນໃຫ້ປອດພັຍ.

  • ຫຼອດດູດ plastic ກຳລັງຈະກັບຄືນມາ (ໃນອາເມຣິກາ)

    26/02/2025 Duración: 07min

    ນັກສິ່ງແວດລ້ອມ ແລະຜູ້ຊ່ຽວຊານ ໄດ້ເນັ້ນຫນັກ ເຖິງຜົນກະທົບ ຂອງມົນລະພິດຂອງ plastic ວ່າບໍ່ພຽງແຕ່ຕໍ່ສັດເທົ່ານັ້ນ, ແຕ່ຍັງຮວມເຖິງ ສຸຂະພາບຂອງມະນຸດນໍາອີກ.

  • ການປັບປຸງລະບົບເບັ້ຍບໍານານ ໃນອອສເຕຣເລັຍ

    26/02/2025 Duración: 08min

    ລາຍງານໃຫມ່ ຂອງສະຖາບັນ Grattan ທີ່ຖືກພິມ ໃນວັນທີ 20 ມັງກອນ ໄດ້ສເນີການປ່ຽນແປງຄັ້ງໃຫຍ່ຂອງລະບົບການເງິນບໍານານ ຂອງອອສເຕຣເລັຍ ເພາະຄວາມຊັບຊ້ອນ, ສ້າງຄວາມກົດດັນ ແລະເຮັດໃຫ້ຜູ້ອອກກິນເບັ້ຍບໍານານຫລາຍຄົນ ຢູ່ກິນກັບເງິນ ທີ່ຕ່ຳກວ່າຄວນຈະເປັນ.

  • ການນຳນ້ຳເສັຍ ມາໃຊ້ຄືນໃຫມ່ຢ່າງປອດພັຍ

    21/02/2025 Duración: 07min

    ໂລກກຳລັງພົບກັບວິກິດທາງການມີນ້ຳໃຊ້. ດ້ວຍການເພີ່ມຂຶ້ນຂອງປະຊາກອນ ແລະ ສະພາບພູມອາກາດ, ການມີນ້ຳສະອາດເພື່ອການດື່ມກິນ ແລະໃຊ້ ກໍນັບມີຈະມີປັນຫາ. ຫຼາຍໆປະເທດ ເລີ້ມຫາວິທີ ທີ່ຈະນຳນ້ຳທີ່ໃຊ້ແລ້ວມາເຮັດໃຫ້ບໍຣິສຸດ ແລະສາມາດນຳມາໃຊ້ໃນຄົວເຮືອນໄດ້.

  • ຢາຮັກສາມະເຮັງໃໝ່ໃນອອສເຕຣເລັຍ

    21/02/2025 Duración: 06min

    ນັກວິທຍາສາດ ຊາວ ອອສເຕຣເລັຍໄດ້ຄົ້ນພົບຢາຮັກສາໂຣກມະເຮັງໃໝ່ ຊຶ່ງໃຫ້ຄວາມຫວັງແກ່ຜູ້ທີ່ໃຊ້ຊີວິດກັບໂຣກນີ້. ແຕ່ນີ້ ຢານັ້ນຍັງບໍ່ທັນໄດ້ຖືກບັນຈຸຢູ່ໃນໂຄງການຜົນປໂຍດຂອງຢາ (Pharmaceutical Benefits Scheme) ເທື່ອ.

  • ຣັຖບານກຳລັງລົງທຶນ ໃນການຈູງໃຈກ່ຽວກັບ Bulk Billing

    21/02/2025 Duración: 06min

    ຕອນນີ້ ການໄປພົບນາຍໝໍທີ່ຮັບ Bulk Billing ນັ້ນຍາກເຕັມທີ. ນີ້ແມ່ນມາຈາກການຄົ້ນພົບຂອງລາຍງານໃຫມ່ ຊີ້ໃຫ້ເຫັນວ່າ ມີສັນຍານວ່າ ນາຍໝໍກໍາລັງບໍ່ເຕັມໃຈ ທີ່ຈະຄອບຄຸມຄ່າໃຊ້ຈ່າຍເຫລົ່ານີ້ ລ່ວງຫນ້າ. ແຕ່ ຣັຖມົນຕີ ກະຊວງສາທາຣະນະສຸກ ກ່າວວ່າ ຕົວເລກຂອງການໄປຫານາຍໝໍ ໂດຍການເກັບເງິນທາງ Bulk Billing ແມ່ນເພີ່ມຂຶ້ນ...ຈາກຄວາມຊ່ອຍເຫລືອ ຈາກການລົງທຶນຂອງຣັຖບານ ໃນການຈ່າຍເງິນຈູງໃຈ (Incentive Payments) ສຳລັບຜູ້ມີບັດ Concession ແລະອາຍຸຕ່ຳກວ່າ 16 ປີ.

  • ການຫາສຽງໄດ້ເລີ້ມແລ້ວໂດຍທັງສອງພັກ.

    21/01/2025 Duración: 06min

    ເຖິງແມ່ນວ່າ ຍັງບໍ່ມີວັນຢ່າງເປັນທາງການ, ທັງນາຍົກຣັຖມົນຕີ ແລະຜູ້ນໍາຝ່າຍຄ້ານ ກໍເລີ້ມທຳການຫາສຽງ, ໄປຢ້ຽມຢາມເຂດເລືອກຕັ້ງ ແລະປະກາດເລື່ອງງົບປະມານ. ວັນເລືອກຕັ້ງທີ່ໄວທີ່ສຸດ ພາຍໃຕ້ກົດຫມາຍການເລືອກຕັ້ງ ແມ່ນເດືອນມິນາ ແລະຈະຕ້ອງແມ່ນກ່ອນວັນທີ 17 ເດືອນພຶດສະພາ.

  • ໂຄງການສນັບສນູນໃໝ່ສຳລັບຜູ້ເປັນ Autism.

    20/01/2025 Duración: 07min

    ຣັຖບານກາງ ໄດ້ເປີດເຜີຍ ຍຸດທະສາດ Autism ແຫ່ງຊາດ (National Autism Strategy) ເປັນເທື່ອທໍາອິດ ຂອງອອສເຕຣເລັຍ-ຊຶ່ງມີມູນຄ່າ 42ລ້ານໂດລາ ເພື່ອປັບປຸງການມີສ່ວນຮ່ວມ, ການເຂົ້າເຖິງ ແລະຜົນຮັບ ສໍາລັບຊາວອອສເຕຣເລັຍ ທີ່ເປັນ Autism.

  • ການຣົນນະຣົງ ຢ່າງບໍ່ເປັນທາງການໄດ້ເລີ້ມຂຶ້ນແລ້ວ

    20/01/2025 Duración: 07min

    ຜູ້ນໍາພັກຝ່າຍຄ້ານ Peter Dutton ໄດ້ເປີດການຣົນນະຣົງ ຢ່າງບໍ່ເປັນທາງການ ຂອງພັກ Liberal ຢູ່ພາກຕາເວັນອອກ ຂອງເມືອງ Melbourne ໃນວັນເສົາ (12 ເດືອນມັງກອນ) ໂດຍໄດ້ປະກາດວ່າພັກ Liberal "ກັບຄືນມາແລ້ວ" ແລະ ໄດ້ສເນີຕົນເອງວ່າແມ່ນນາຍົກຣັຖມົນຕີໃນວາຣະໜ້າ. Mr Dutton ກ່າວວ່າ ຄ່າຄອງຊີບ, ພະລັງງານນິວເຄລັຍ ແລະການຍ້າຍຖິ່ນຖານ ຈະເປັນຫົວຂໍ້ສໍາຄັນທີ່ສຸດ ຂອງພັກ ຖ້າຫາກພັກ Liberal ຊນະການເລືອກຕັ້ງ ແຕ່ຜູ້ຊ່ຽວຊານກ່າວວ່າ ມັນມີຫຼາຍປັດຈັຍທີ່ແຊກຊ້ອນ ສຳລັບການເລືອກຕັ້ງຂອງປີນີ້.

  • TikTok ກຳລັງຈະຖືກສັ່ງໃຫ້ຂາຍກິດຈະການຫຼືປິດລົງ.

    20/01/2025 Duración: 08min

    ສະພານິຕິບັນຍັດ ຂອງສະຫະຣັດອາເມຣິກາ ກຳລັງຈະ ສັງ TikTok ໃຫ້ຂາຍກິດຈະການຫຼືປິດລົງ ເພື່ອຄວາມເປັນອິດສຣະຢ່າງເຕັມທີ່, ແລະຈະບໍ່ເປັນເຄື່ອງມື ຂອງຣັຖບານຈີນ. ແຕ່ກໍມີ ຄື້ນຂອງການປະທ້ວງ ແລະຄວາມກະຕືລືລົ້ນ ທີ່ຈະໃຊ້ App ອື່ນຂອງຈີນ. ເຖິງແມ່ນວ່າ ການປິດລົງຂອງ TikTok ຈະບໍ່ກະທົບຜູ້ໃຊ້ໃນ ອອສເຕຣເລັຍ ແຕ່ຜູ້ຊ່ຽວຊານກ່າວ່າ ມັນຈະກະທົບໂດຍທາງອ້ອມ.

  • ໂຄງການຂຍາຍອຳນາດຂອງ Trump.

    14/01/2025 Duración: 09min

    ເຖິງແມ່ນວ່າຍັງບໍ່ທັນໄດ້ເຂົ້າຮັບຕຳແໜ່ງເປັນທາງການເທື່ອ ແຕ່ Trump ກໍມີໂຄງການທີ່ຈະຮວມເອົາ ທັງດິນແດນ ແລະການຄວບຄຸມຕ່າງໆ ໃນຕ່າງປະເທດ. ນັ້ນກໍ່ໃຫ້ເກີດປະຕິກິຣິຍາຕໍ່ຕ້ານຢ່າງແຮງ.

  • ການຮັບຮອງຕຳແໜ່ງ ຂອງ Donald Trump

    14/01/2025 Duración: 08min

    ສະພາສູງ ຂອງອາເມຣິກາ ໄດ້ຮັບຮອງໄຊຊນະ ການເລືອກຕັ້ງປະທານາທິບໍດີ ປີ 2024 ວ່າ Donald Trump ມີວາຣະຈະເລີ່ມຕົ້ນໃນຕຳ ແໜ່ງນີ້ ໃນວັນທີ 20 ເດືອນມັງກອນ ປີ 2025. ຜ້ຊ່ຽວຊານ ແລະຜູ້ສັງເກດການດ້ານການເມືອງອາເມຣິກາ ກ່າວວ່າ ເຫດການນີ້ ຈະແບ່ງແຍກ ອາເມຣິກາ ແລະມັນອາດເກີດຂຶ້ນໄດ້ອີກ ໃນອະນາຄົດ ຍ້ອນວ່າ ຣັຖທັມມະນູນ ມີຊ່ອງວ່າງໃນຄວາມສາມາດ ໃນການກວດສອບ ແລະຄວາມຖ່ວງດຸນອໍານາດ ໃນລະບົບ ເພື່ອໃຫ້ຜູ້ປົກຄອງຮັບຜິດຊອບ.

  • ຊາວ Queensland ໄດ້ຖືກຊຸກຍູ້ໃຫ້ສັກວັກຊີນ ໄຂ້ຫວັດໃຫຍ່.

    14/01/2025 Duración: 11min

    ຊາວ Queensland ກໍາລັງຖືກຊຸກຍູ້ ໃຫ້ໄປຮັບການສັກ Vaccine ປ້ອງກັນໄຂ້ຫວັດໃຫຍ່ ແລະວ່າ ມັນຈະສືບຕໍ່ສເນີ Vaccine ຟຣີ ໃນການຄາດການວ່າ ລະດູໄຂ້ຫວັດໃຫຍ່ ທີ່ອັນຕະຣາຍກຳລັງຈະມາຮອດ. ການເຮັດດັ່ງນັ້ນກໍເພາະວ່າ ມັນເປັນຄວາມເໝາະສົມທາງເສດຖະກິດ ທີ່ວ່າຖ້າຫາກເຂົາເຈົ້າລົງທຶນໃນການດູແລສຸຂະພາບຂັ້ນຕົ້ນ ແລະການປ້ອງກັນສຸຂະພາບ, ແລ້ວເຂົາເຈົ້າຈະບໍ່ຈໍາເປັນ ຕ້ອງເສັຍເງິນຫລາຍ ໃນການຮັກສາໂຣກ ໃນອີກດ້ານຫນຶ່ງ.

  • ປ້າຍເຕືອນໂຣກມະເຮັງຢູ່ໃນເຫລົ້າ.

    14/01/2025 Duración: 07min

    ເຫລົ້າເປັນສາເຫດອັນດັບສາມ ຂອງໂຣກມະເຮັງ ທີ່ສາມາດປ້ອງກັນໄດ້, ຮອງຈາກຢາສູບ ແລະໂຣກຄວາມອ້ວນ. ທ່ານຫມໍຊັ້ນແນວໜ້າ ຂອງສະຫະຣັດອາເມຣິກາ ກໍາລັງຮຽກຮ້ອງ ໃຫ້ມີການເຕືອນ ເລື່ອງໂຣກມະເຮັງ ຢູ່ໃນເຄື່ອງດື່ມເຫລົ້າ ຂອງປະເທດ ແລະອອສເຕຣເລັຍກຳລັງຖົກຖຽງວ່າ ມາດຕະການນີ້ ຄວນນຳເອົາມສໃຊ້ ສຳລັບຜູ້ບໍຣິໂພກອອສເຕຣເລັຍຫຼືບໍ່?

  • ຄົບຮອບ 50 ປີຂອງລົມພະຍຸ ເຂດຮ້ອນ (Tropical Cyclone) Tracy.

    07/01/2025 Duración: 12min

    ໃນວັນ ຄຣິສມັສ ປີ 1974, ພາຍຸເຂດຮ້ອນ Tracy ໄດ້ທຳລາຍເມືອງ Darwin ແລະໄດ້ສ້າງຄວາມເສັຍຫາຍແກ່ຊັບສິນ ແລະຊີວິດຂອງປະຊາຊົນ. ປີນີ້ ກໍແມ່ນມື້ຄົບຮອບ 50 ປີຂອງພັຍພິບັດນັ້ນ ຊຶ່ງຍັງຢູ່ໃນຄວາມຊົງຈຳ ຂອງຜູ້ທີ່ປະສົບກັບມັນ.

  • ອອສເຕຣເລັຍຈະເປີດສະຖານທູດອີກ ທີ່ Ukraine

    07/01/2025 Duración: 07min

    ຫຼັງຈາກທີ່ຖືກປິດເນື່ອງຈາກການບຸກຣຸກ ຂອງ ຣັສເຊັຍ, ອອສເຕຣເລັຍຈະເປີດສະຖານທູດອີກເທື່ອນຶງໃນ Ukraine ຕົ້ນປີໜ້າ. ໃນຂນະທີ່ ປະເທດຕາເວັນຕົກອື່ນໆ ໄດ້ເປີດສະຖານທູດຂອງຕົນເອງຄືນເປັນເວລານານແລ້ວກໍຕາມ. ຣັຖມົນຕີການຕ່າງປະເທດ, Penny Wong ກ່າວວ່າ ອອສເຕຣເລັຍເຮັດເຊັ່ນນັ້ນກໍດ້ວຍເຫດຜົນດ້ານຄວາມປອດພັຍ ບໍ່ແມ່ນຍ້ອນການຕອບຮັບໂຕ້ ຕໍ່ຄໍາສັນຍາຂອງຝ່າຍຄ້ານ ທີ່ຈະເປີດສະຖານທູດອີກ ຖ້າຫາກຊນະການເລືອກຕັ້ງ.

  • ກົດບັດສິດທິຂອງຜູ້ໂດຍສານທາງອາກາດ ຂອງ ອອສເຕຣເລັຍ.

    07/01/2025 Duración: 06min

    ກົດໝາຍຄຸ້ມຄອງຜູ້ບໍຣິໂພກກຳລັງຈະຖືກສເນີຕໍ່ຣັຖສະພາໃນການແກ້ປັນຫາຂອງຜູ້ໂດຍສານທາງອາກາດ ທີ່ ບໍ່ໄດ້ຮັບຄວາມເປັນທັມ. ຈະມີບົດລົງໂທດສຳລັບາຍການບິນ ທີ່ລະເມີດກົດໝາຍນີ້ ຊຶ່ງໃນເດືອນສິງຫາ ປີ 2023 Qantas ໄດ້ຕົກລົງ ທີ່ຈະຈ່າຍເງິນ 20 ລ້ານໂດລາ ໃຫ້ລູກຄ້າຫລາຍກວ່າ 86,000ຄົນ (ຂຶ້ນຢູ່ກັບການອະນຸມັດຂອງສານ)-ນອກເຫນືອໄປຈາກ ການລົງໂທດປັບໃໝ $100 ລ້ານ ສໍາລັບການລະເມີດກົດຫມາຍຄຸ້ມຄອງ ຜູ້ບໍຣິໂພກຂອງອອສເຕຣເລັຍ.

página 5 de 28