Sinopsis
Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .
Episodios
-
ບາງປະເທດເປີດປະຕູປະຕ່າງແຕ່ກໍມີປະເທດທີຍາກຊາຢູ່
24/06/2021 Duración: 08minບາງປະເທດໃນໂລກນີ້ດັ່ງປະເທດອິນເດັຍແລະຝຣັ່ງເສດເລີ້ມເປີດປະຕູປະຕ່າງ ຂຶ້ນແລ້ວເພື່ອເປັນການກະຕຸກກະຕຸ້ນເສຖກິດຂຶ້ນໃໜ໋ ແຕ່ກໍມີປະເທດອື່ນໆ ດັ່ງຣັດເຊັຍທີ່ລ້າຊ້າໃນການສັກຢາວັກຊີນ ໂຄວິດ-19 ໃຫ້ແກ່ຄົນໃນຣັດເຊັຍຢູ່ ອັນເປັນການຈ່ອງດຶງໄວ້ຄວາມຄືບເມືອໜ້າ.
-
-
ບັດນີ້ ສປປລາວ ເລີ້ມສັກຢາວັກຊີນ ໂຄວິດ-19 ໃຫ້ແກ່ຄົນຕ່າງຊາດ
24/06/2021 Duración: 06minນັບຕັ້ງແຕ່ທີ່ ສປປລວ ຖຶກບຸກຣຸກໂດຍ ໂຄວິດ-19 ປາກົດວ່າ ບັດນີ້ໃນລາວເລີ້ມ ມີການເລີ້ມສັກດຢາວັກຊີນ ໂຄວິດ-19 ໃຫ້ແກ່ຄົນຕ່າງປະເທດທີ່ຢູ່ໃນລາວແລ້ວ. ອີງຕາມຮູບພາຍໃນຊື່ມວນຊົນຕ່າງໆ ພ້ອມດຽວກັນນັ້ນກໍມີຄົນໄປໃຫ້ສັກຢາວັກຊີນ ນັ້ນຈົນມີສໍຣະວົນກັນຂຶ້ນແລະບໍ່ມີການປະຕິບັດຕາມກົດເກນການປ້ອງກັນພະຍາດ ໂຄວິດ-19 ຢ່າງຖອກຕ້ອງໃນບາງແຫ່ງ.
-
ພາກເໜືອ ສປປລາວ ຖືກພະຍຸ ໂຄງູມາ ຮ້າຍແຮງ
24/06/2021 Duración: 05minເກືອທຸກແຫ່ງໃນພາກເໜືອ ສປປລາວ ຖຶກກະແທກຢ່າງແຮງໂດຍພະຍຸ ໂກງຸມາ. ນອກນັ້ນມັນກໍເຮັດໃຫ້ມີນ້ຳຖວມມາກມາຍດ້ວຍ ເຊັ່ນ ຕລອດເຖິງຂົງເຂດເມືອງ ວັງວຽແຂວງວຽງຈັນແລະພາກເໜືອຂອງປະເທດໄທຍ໌ນຳດ້ວຍ.
-
ວ່າບ້ານຖຶກເຜົາກ້ຽງໂດຍກອງທັບພະມ້າ
24/06/2021 Duración: 06minໃນປະເທດພະມ້າ ບ້ານທັງບ້ານຖຶກຈູດເຜົາຈົນກ້ຽງແລະຊາວບ້ານສາມຄົນ ຖຶກຂ້າຕາຍແລະບ້ານເຮືອນຫຼາຍຮອຍຫຼັງຖຶກທະຣາຍຖິ້ມ. ນັ້ນຄືສິ່ງທີ່ເກີດມາຈາກຄວາມຮຸຮແຮງຕ່າງໃນປະເທດພະມ້າ. ເມືອງ ກິນມາ ເປັນ່ີທຢູ່ກິນຂອງຄົນປະມານນຶ່ງພັນຄົນ ແລະຖຶກ ລາຍງານມາວ່າຖຶກໂຈະໂຈງໃສ່ໂດຍກຳລັງທະຫານພະມ້າທີ່ຕາມ ຊອກຫາກຳລັງປະກອບອາວຸດໃນທ້ອງຖິ່ນ.
-
ເປັນຄ້າຍກັບວ່າຣັຖານອອສເຕຼເລັຍບໍ່ສອດຄ່ອງກັນກ່ຽວກັບການບໍ່ປັ່ນຄວັນ ຄາກບອນ ຈັກດີ້
24/06/2021 Duración: 05minສະກອດ ມໍຣິຊັນ, ນາຍົກຣັຖມົນຕີອອສເຕຼເລັຍກັບຄືນມາຈາກການໄປຮ່ວມ ກອງປະຊຸມ ຊີ-7 ແລະ ທຸຣະກິດໃນຕ່າງປະເທດແລ້ວ ່ີທໃນກອງປະຊຸມ ຊີ-7 ນັ້ນ ເຣື່ອງການປ່ຽນແປງຂອງອາກາດເປັນຫົວຂໍ້ຣະດັຍສູງອັນນຶ່ງ. ແຕ່ບາດທ່ານກັບບ້ານແລ້ວທ່ານຕົກຢູ່ໃນສະພາບອັນເຮີະຮ້າຍກ່ວາກ່ຽວກັບ ການແປງຂອງອາກາດກ່ອນເມື່ອທີ່ທ່ານໄປປະຊຸມນັ້ນ.
-
ຮັຖບານທັງຫຼາຍດັນໃຫ້ຄົນໄປໃຫ້ສັກຢາວັກຊີນ ໂຄວິດ-19 ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້
24/06/2021 Duración: 07minຍ້ອນທີ່ ໂຄວິດ-19 ສາຍພັນໃໜ່ ແດນຕາ ຣະບາດຂຶ້ນໃນໂລກນີ້ ຣັຖບານຂອງ ໂລກນີ້ກຳລັງດັນໃຫ້ຄົນໄປໃຫ້ສັກຢາວັກຊີ ໂຄວິດ-19 ໃຫ້ໄດ້ຫຼາຍເທົາ່ທີ່ຈະຫຼາຍໄດ້. ມະນຸດໃນໂລກນີ້ເຖິງປະມານເກືອບ 2,500 ລ້ານຄົນຖຶກສັກຢາວັກຊີນ ໂຄວິດ-19 ໃຫ້ໄປແລ້ວໃນຫວາງກ່ອນນີ້ບໍເທົ່າໃດ.
-
ທາງການໄຕ່ຕາມເບິ່ງການຣະບາດຂອງ ໂຄວິດ-19 ໃນຊິດນີ
24/06/2021 Duración: 08minທາງການຕ່າງໆຂອງຣັດນີວຊາວແວນ ຢ່າງໜັກນໜ່ວງ ກຳລັງເຮັດວຽກຢ່າງຂະຫຍັນ ເພື່ອຄວບຄຸມພະຍາດ ໂຄວິ-19 ທີ່ຣະບາດຂຶ້ນໃນຫວ່າງນຶ່ງນີ້ ພາຍຫຼັງທີ່ຄົນຂັບຣົດຄົນ ນຶ່ງທີ່ຂົນສົ່ງຄະນະຄົນຂອງການບິນສາກົນຖຶກກວດເຫັນເປັນ ໂຄວິດ-19. ເຫດການດັ່ງກ່າວກຳລັງເປັນບັນຫາທີ່ທະວີຂຶ້ນ.
-
-
ການຕ້ອງຫ້າມໃໜ່ກ່ຽວກັບ ໂຄວິດ-19 ໃນຣັດວິກຕໍເຣັຍຕັ້ງແຕ່ 18-6-21
18/06/2021 Duración: 04minຣັດວິກຕໍເຣັຍອອກກົດເກນໃໜ່ກ່ຽວກັບ ໂຄວິດ-19 ອອກມາແລ້ວສຳຮັບແຕ່ ວັນສຸກທີ 18-6-21 ເປັນຕົ້ນໄປຈົນກ່ວາມີການປ່ຽນແປງ. ໃນນັ້ນມີຫັຍງແດ່?
-
ປະຫັວດ ທອງວອນ ຂັນນະຣາ ນັກຮ້ອງລາວຄົນດັງ
17/06/2021 Duración: 06minສຳພາດ : ການເປັນນັກຮ້ອງສຽງດີສຽງເດັ່ນ ບໍ່ແມ່ນຂອງງາຍໆ ແຕ່ແທ້ໆແລ້ວ ອາດຕ້ອງມີພອນສວັນຊ້ຳ. ໃນວົງສັງຄົມລາວນອກມີນັກຮ້ອງຫຼາຍຄົນທີ່ໂດ່ງດັງ. ນຶ່ງໃນນັ້ນມີຍານາງ ທອງວອນ ຂັນນະຣາ ທີ່ເປັນດາຮາຄົນດັງທີ່ຮ້ອງ ທັງເພງລາວແລະລຳໄດ້ດີແລະມ່ວນເປັນພີເສດ.
-
ນ້ຳບາກ ປ່ຽນເປັນສີຂຽວ
17/06/2021 Duración: 03minໃນປາງສະໃໜເສີກສົງຄາມໃນລາວ ມັນເປັນແມານ້ຳຍຸທສາດອັນນຶ່ງກໍວ່າໄດ້. ສິ່ງແນ່ນນອນແມ່ນມັນທີ່ທຳມາຫາກິນຂອງົຄນໃນຂົງເຂດມາແຕ່ໃດໆ, ແຕ່ບັດນີ້ມັນປາກົດການເປັນນ້ຳສີຂຽວ. ດ້ວຍເຫດໃດກັນແທ້?
-
ງົວ-ຄວາຍເປັນພະຍາດ ລຳປີ ສະກິນ ຮ້າຍແຮງຂຶ້ນໃນ ສປປລາວ
17/06/2021 Duración: 08minພະຍາດລຳປີສະກິນເກີດມາຈາກແມພະຍາດ ໄວຣັສ ທີສັດເປັນກັນແລະຄົນກໍເປັນໄດ້. ພະຍາດນີ້ເປັນອາການທີ່ຍັງບໍ່ຖຶກປິ່ນປົວໄດ້ນອກຈາກມີແຕ່ສັກຢາວັກດຊີນກັນໄວ້. ບັດນີ້ງົວຄວາມນໃນ ສປປລາວ ເປັນພະຍາດດັ່ງກ່ວາຫຼາຍຂຶ້ນແລະໃນຫຼາຍຫົນແຫ່ງແລ້ວ.
-
ຖ້ຳເສັ້ນທາງຣົດໄຟລາວ-ຈີນອັນສຸດທ້າຍຖຶກສ້າງສຳເຣັດແລ້ວ
17/06/2021 Duración: 06minເສັ້ນທາງຣົດໄຟຄວາມໄວສູງຈີນຫ-ລາວຢືດຍາວແລະຕົກເປັນຣາຄາອັນມະຫາສານ ທີ່ ສປປລາວ ມີໜີ້ມີສິນກັບ ສປຈີນ ມາກມາຍແທ້ໆຍ້ອນ. ບັດນີ້ໂອມໂມງອັນສຸດທ້າຍຂອງເສັ້ນທາງນັ້ນທີ່ຍືດຍາວປະມານເກົ້າກິໂລແມດປາຍ ຖຶກສ້າງສຳເຣັດໃນ ສປຈີນ ແລ້ວ ແຕ່ໂຄງການຣົດໄຟຄວາມໄວສູງຈີນ-ລາວນັ້ນຈະ ຖຶກເປີດຂຶ້ນໂດຍເປັນທາງການແລະສົມບຸນແບບທັນເວລາທີ່ບົ່ງໄວ້ບໍ່?
-
ປອດພັຍບໍ່ທີ່ຈະສົ່ງຢາບ້າມາຍັງອອສເຕຼເລັຍໂດຍທາງ ອີແອມແອດສ໌?
17/06/2021 Duración: 04minຢາ ອາຍສ໌ ເປັນຢາບ້າຊະນິດນຶ່ງທີ່ຄົນເສບມັນແລະກັບກາຍເປັນຄົນທີ່ຕິດມັນ. ຢາດັ່ງກ່າວເປັນຂອງທີ່ຫາໄດ້ຍາກ. ມັນຖຶກລັກລອບເອົາເຂົ້າມາຍັງອອສເຕຼເລັຍໂດຍນາໆວິທີການ. ແຕ່ການສົ່ງມັນມາຜ່ານ ອີແອມແອດສ໌ ມັນປອດພັຍບໍ່?
-
ຄົນອອສເຕຼເລັຍສູນເສັຍຫຼາຍລ້ານດອນລາແກ່ການຕົວະຕົ້ມໃນປີ 2020.
17/06/2021 Duración: 06minໜັງສືລາຍງານຂັ້ນແຫ່ງຊາດບອກໃຫ້ຮູ້ເຫັນວ່າຄົນອອສເຕຼເລັຍສູນເສັຍເງິນຄຳມາກມາຍ ເປັນປະຫວັດການໃນປີ 2020 ໃຫ້ແກ່ການຕົວະຕົ້ມຕ່າງໆ. ນັ້ນຕົກເປັນ 850 ລ້ານ ດອນ. ສ່ວນໃຫຍ່ແລ້ວແມ່ນການຕົວະຕົ້ມກ່ຽວກັບການໜູນເງິນໜູນຄຳແລະການຕົວະຕົ້ມໃນ ດ້ານຄວາມຮັກອັນລຶກຊຶ້ງ.
-
ຄົນ ຕໍແຣສ ສະເຕຼດຕ໌ ມີອາລົມຮ້າຍກັບການສັກຢາວັກຊີນ ໂຄວິດ-19
17/06/2021 Duración: 07minຄົນອອສເຕຼລຽນ່ີທຢູ່ກິນໃນຊາຍແດນທີ່ຕິດກັບປະເທດປາປົວນີວກີນີ ໃຈຮ້າຍແລະເຫຼືອອົກເຫຼືອໃຈພາຍຫຼັງນາຍົກຣຖັມົນຕີ ສະກອດຕ໌ ມໍຣິຊັນ ໃຫ້ຄຳໜັນສັນຍາຈະສັກຢາວັກຊີນ ໂຄວິດ-19 ແກ່ຂົງເຂດ ຕໍເຣັດສ໌ ສະເທດຕ໌ ຢ່າງຮີບດ່ວນແຕ່ນີ້ຍັງບໍ່ຖຶກກະທຳຂຶ້ນເທື່ອສຳຮັບເຂັມທີ່ສອງ. ຊາຍແດນອອສເຕຼເລັຍທີ່ຕິດກັບປະເທດ ປາປົວນີວກີນີ ມີັນຄົນເປັນພະຍາດ ໂຄວິດ-19 ຫຼາຍ.
-
ຄົນອາຟການທີ່ມີຄວາມຢ້ານກົວຕຽມໂຕບິນມາຍຢູ່ອອສເຕຼເລັຍ
17/06/2021 Duración: 06minຄົນອາຟການຈຳນວນນຶ່ງທີ່ເຮັດວຽກໃຫ້ແກ່ທະຫານອອສເຕຼເລັຍ ຖຶກບອກໃຫ້ຕຽມເນື້ອຕຽມໂຕເພື່ອສຸກເສີນມາຢູ່ອອສເຕຼເລັຍ. ມີການເຂົ້າໃຈວ່າພວກເຫຼົານີ້ຈະມີຄວາມສ່ຽງພັຍມາກມາຍເມື່ອ ອອສເຕຼເລັຍຫາກຖອນໂຕອອກໄປຈາກອາຟການິສຖານແລ້ວ.
-
ຄົນຕັດສັນຊາດສະບານໂຕໜ້າຕໍ່ໜ້າເອົາສັນຊາດອອສເຕຼລຽນ
17/06/2021 Duración: 05minພາຍທີອອສເຕຼເລັຍປິດຊາຍແດນແລະທີ່ອອສເຕຼເລັຍມີເສຖກິດອັນບໍ່ແນ່ນອນ ບັດນີ້ມີການສະບານໂຕເອົາສັນຊາດອອສເຕຼເລັຍຄືນໃໜ່ແລ້ວ. ພິທີການສະບານໂຕນັ້ນກຳລັງຖຶກເລັ່ງລັດຂຶ້ນທົ່ວອອສເຕຼເລັຍຢູ່.
-
ຂ່າວສຳຮັບຣະຍະ 14-6-21
17/06/2021 Duración: 12minໃນຣະຍະ 14-6-21 ມີຂ່າວຄາວຫັຍງແດ່ທີ່ເປັນສິ່ງທີ່ຄວນຊາບ?