Sbs Lao - Sbs

ຝ່າຍຄ້ານ ອາດເນຣະເທດອາດຊະຍາກອນ ຫາກໄດ້ເປັນຣັຖບານ

Informações:

Sinopsis

Peter Dutton ຜູ້ນໍາຝ່າຍຄ້ານ ໄດ້ສເນີທາງເລືອກ ທີ່ຈະຈັດການໃຫ້ມີການລົງປະຊາມະຕິ (Referendum) ເພື່ອມີອໍານາດ ທີ່ຈະຂັບໄລ່ຄົນສອງສັນຊາດ ທີ່ມີຄວາມຜິດທາງອາຍາ. ໃນປີ 2022, ສານສູງໄດ້ຕັດສິນວ່າ ຣັຖມົນຕີ ບໍ່ສາມາດຖອນສັນຊາດ ຈາກອາດຊະຍາກອນໄດ້, ໂດຍຖືວ່າ ມັນຂັດຕໍ່ຣັຖທັມມະນູນ ທີ່ນັກການເມືອງ ຈະມີສິດລົງໂທດທາງອາຍາ.