Sbs Lao - Sbs

  • Autor: Vários
  • Narrador: Vários
  • Editor: Podcast
  • Duración: 69:40:14
  • Mas informaciones

Informações:

Sinopsis

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episodios

  • ເປັນຫຍັງຄ່າປະກັນພັຍ (Premiums) ຈຶ່ງສູງຂຶ້ນທຸກປີ.

    15/05/2025 Duración: 11min

    ການທົບທວນປະຈໍາປີ ຂອງ KPMG ກ່ຽວກັບການປະກັນພັຍ ພົບວ່າ ກຳໄລຂອງປະກັນພັຍ ໄດ້ເພີ່ມຂຶ້ນ ໃນປີ 2024 ໃນຂນະທີ່ ຜູ້ບໍຣິໂພກ ໄດ້ເຫັນການເພີ່ມຂຶ້ນຢ່າງຫລວງຫລາຍ ຂອງຄ່າປະກັນ (Premiums). ແຕ່ເມື່ອທັງຄ່າປະກັນພັຍ (Premiums) ແລະຜົນກຳໄລເພີ່ມຂຶ້ນ, ຜູ້ຊ່ຽວຊານບາງຄົນກ່າວວ່າ ບໍຣິສັດປະກັນພັຍ ສາມາດເຮັດໄດ້ຫລາຍກວ່ານັ້ນ ເພື່ອຮັກສາປະກັນພັຍ ໃຫ້ມີລາຄາບໍ່ແພງ ແກ່ຊາວອອສເຕຣເລັຍ.

  • ຄ່ຳຄືນຂອງມື້ເລືອກຕັ້ງ.

    05/05/2025 Duración: 04min

    Peter Dutton ໄດ້ຍອມຮັບຄວາມພ່າຍແພ້ ຂອງພັກຮ່ວມ (the Coalition), ໂດຍທີ່ພັກ Labor ໄດ້ຮັບໄຊຊນະ ໃນການເລືອກຕັ້ງ ຣັຖບານກາງ ໃນປີ 2025. ຫລາຍຄົນຄາດວ່າ ຈະເປັນການເລືອກທີ່ໃກ້ຄຽງ, ແລະການນັບຄະແນນທີ່ຊັບຊ້ອນ ໃນຄືນການເລືອກຕັ້ງ.

  • ຜົນກະທົບຈາກ ການເລືອກຕັ້ງຣັຖບານກາງ

    05/05/2025 Duración: 06min

    ພັກຮ່ວມ (The Coalition) ກໍາລັງຈະພົບຜົນສະທ້ອນ ທີ່ຮ້າຍແຮງທີ່ສຸດ ໃນການເລືອກຕັ້ງຣັຖບານກາງ ຫລັງຈາກການສູນເສັຍຢ່າງຫນັກ ຕໍ່ Labor ໃນຄືນທີ່ຜ່ານມາ. Peter Dutton ໄດ້ສູນເສັຍທີ່ນັ່ງຂອງລາວ ແລະເຮັດໃຫ້ພັກ Liberal ຕ້ອງເລືອກຫາຜູ້ມາແທນຕຳແໜ່ງ.

  • ພວກເຮົາຈະສາມາດຄາດຫວັງຫຍັງຈາກຣັຖບານ Labor ໃໝ່.

    03/05/2025 Duración: 05min

    ພັກ Labor ລົງແຂ່ງຂັນ ພາຍໃຕ້ຄໍາຂວັນທີ່ວ່າ 'ການສ້າງອະນາຄົດຂອງອອສເຕຣເລັຍ (Building Australia's Future)'. Anthony Albanese ຄາດວ່າ ຍັງຄົງເປັນນາຍົກຣັຖມົນຕີ ຂອງອອສເຕຣເລັຍ-ເພາະພັກ Labor ເປັນພຽງພັກດຽວ ທີ່ສາມາດຕັ້ງຣັຖບານໄດ້. ແຕ່ຊາວອອສເຕຣເລັຍ ສາມາດຄາດຫວັງຫຍັງ ຈາກຣັຖບານຂອງ Laborທີ່ຖືກເລືອກຄືນໃຫມ່?

  • ຄວາມສຳຄັນຂອງໂທຣະສັບສາທາຣະນະ ຕໍ່ສັງຄົມແລະວັດທະນະທັມ.

    01/05/2025 Duración: 07min

    ພວກມັນ ອາດຖືກປ່ຽນແທນ ໂດຍໂທຣະສັບມືຖື, ແຕ່ໂທຣະສັບສາທາຣະນະ ຍັງຄົງມີບົດບາດສໍາຄັນ ໃນອອສເຕຣເລັຍ. Telstra ກ່າວວ່າ ມີການໃຊ້ຫລາຍກວ່າ 25 ລ້ານເທື່ອ ຈາກໂທຣະສັບສາທາຣະນະ ໃນປີທີ່ຜ່ານມາ, ແລະຢາກເຫັນ ສາມໂທຣະສັບສາທາຣະນະ ຖືກຮັບຮູ້ວ່າ ເປັນຈຸດສຳຄັນຂອງປະເທດ.

  • ຄ່າໃຊ້ຈ່າຍໃນການໃຫ້ຄຳສັນຍາຕອນຫາສຽງເລືອກຕັ້ງ.

    30/04/2025 Duración: 09min

    ໃນການຫາສຽງເລືອກຕັ້ງ, ທັງສອງພັກໃຫຍ່ກໍໃຫ້ຄຳສັນຍາວ່າ ຈະເຮັດຫຼາຍຢ່າງເພື່ອຈະຊນະການເລືອກຕັ້ງ. ແຕ່ໃນຄວາມເປັນຈິງແລ້ວ, ມັນຈະເປັນໄປໄດ້ຫຼືບໍ່?

  • ການໂຕ້ວາທີຄັ້ງສຸດທ້າຍກ່ອນມື້ເລືອກຕັ້ງ ຂອງສອງພັກໃຫຍ່.

    30/04/2025 Duración: 12min

    ການໂຕ້ວາທີຄັ້ງສຸດທ້າຍກ່ອນມື້ເລືອກຕັ້ງ ຊຶ່ງກຸ່ມຜູ້ເຂົ້າຮ່ວມຕັດສິນໄດ້ຍົກໃຫ້ ນາຍົກຣັຖມົນຕີເປັນຜູ້ຊນະ... ແຕ່ໃຜຈະເປັນຜູ້ຊນະແທ້ ກໍຕ້ອງແມ່ນຫຼັງຈາກມື້ເລືອກຕັ້ງ ໃນວັນທີ 3 ພຶດສະພານີ້.

  • ປັນຫາເລື້ອງຄວາມອ່ອນໃນວິຊາເລກ ໃນໂຮງຮຽນ

    30/04/2025 Duración: 06min

    ສະຖາບັນ Grattan ກ່າວວ່າ ນັກຮຽນຫນຶ່ງໃນສາມຄົນ ໃນໂຮງຮຽນ ອອສເຕຣເລັຍ ບໍ່ສາມາດຜ່ານການທົດສອບ ຄວາມຊໍານານໃນວິຊາເລກ. ລາຍງານໃຫມ່, ຍັງກ່າວອີກວ່າ ອອສເຕຣເລັຍ ໄດ້ຫລຸດຄວາມສໍາຄັນ ຂອງວິຊາເລກ, ໂດຍທີ່ຣັຖບານ ຊ້າເກີນໄປ ທີ່ຈະກໍາຈັດວິທີການສອນທີ່ "ຮັບຄວາມນິຍົມ"

  • ການໂຕ້ວາທີ ລະຫວ່າງຜູ້ນຳສອງພັກໃຫຍ່.

    23/04/2025 Duración: 11min

    ຜູ້ນໍາຂອງທັງສອງພັກໃຫຍ່ ໄດ້ພົບກັນ ໃນການໂຕ້ວາທີ ຂອງຜູ້ນໍາຄັ້ງທີສອງ ທີ່ຈັດຂຶ້ນໂດຍ ABC. ນະໂຍບາຍ ເລື່ອງທີ່ຢູ່ອາສັຍ ແລະບັນຫາເລື່ອງຄວາມໝັ້ນຄົງຂອງຊາດ ໄດ້ເປັນຫົວຂໍ້ໃຫຍ່ ໃນການໂຕ້ວາທີ ລະຫວ່າງ ນາຍົກຣັຖມົນຕີ Anthony Albanese ແລະຜູ້ນໍາຝ່າຍຄ້ານ Peter Dutton.

  • ອີກປະເດັນນຶ່ງຂອງການຫາສຽງ.

    23/04/2025 Duración: 10min

    ມີລາຍງານວ່າ ຣັສເຊັຍ ໄດ້ຂໍຮ້ອງອິນໂດນີເຊັຍ ໃຫ້ອະນຸຍາດຕັ້ງຖານທັບອາກາດ ສຳລັບຍົນບິນໄກ ໃນແຂວງ Papua ຂອງອິນໂດນີເຊັຍ... ແລະນີ້ກໍກາຍເປັນປະເດັນການເມືອງໃນ ອອສເຕຣເລັຍ ເມື່ອມື້ເລືອກຕັ້ງໄດ້ໃກ້ເຂົ້າມາ.

  • ປະເດັນສຳຄັນ ໃນການເລືອກຕັ້ງໃນ Torres Strait.

    23/04/2025 Duración: 05min

    ຜູ້ອອກສຽງເລືອກຕັ້ງ ຢູ່ໃນເຂດ Torres Strait ກໍາລັງຕຽມພ້ອມ ທີ່ຈະອອກສຽງ ໃນການເລືອກຕັ້ງ ໃນເດືອນພຶດສະພານີ້. ການປ່ຽນແປງຂອງສະພາບອາກາດ ແລະຄວາມຫມັ້ນຄົງຂອງນ້ຳ ໄດ້ກາຍເປັນປະເດັນສໍາຄັນ ໃນການອອກສຽງຂອງຜູ້ນໍາ.

  • ຂໍ້ມູນທີ່ຜິດ-ຂໍ້ມູນທີ່ບໍ່ຖືກຕ້ອງ-ໃນການເລືອກຕັ້ງ.

    23/04/2025 Duración: 11min

    ລາຍງານໂດຍ the Australian Curriculum, Assessment and Reporting Authority ສະແດງໃຫ້ເຫັນວ່າ ພຽງແຕ່ຫນຶ່ງໃນສີ່ຄົນ ຂອງນັກຮຽນ ປີ 10 ທີ່ຊ່ຽວຊານ ໃນດ້ານໜ້າທີ່ພົນລະເມືອງ, ຊຶ່ງຮວມເຖິງ ແນວຄິດ ເຊັ່ນລະບອບປະຊາທິປະໄຕ, ວິທີການອອກກົດຫມາຍ ແລະບົດບາດຂອງຣັຖບານ. ນັບຕັ້ງແຕ່ ການເລືອກຕັ້ງຂອງຣັຖບານກາງ ໃນປີ 2016, ມີຄວາມເປັນຫ່ວງວ່າ WeChat ນັ້ນເຕັມໄປດ້ວຍ ຂໍ້ມູນທີ່ບິດເບືອນ ກ່ຽວກັບພັກການເມືອງໃຫຍ່, ນະໂຍບາຍ ແລະແມ່ນແຕ່ ວິທີທີ່ຈະອອກສຽງ ເລືອກຕັ້ງ.

  • How to vote in the federal election  - ວິທີລົງຄະແນນສຽງ ໃນການເລືອກຕັ້ງ ຣັຖບານກາງ.

    18/04/2025 Duración: 10min

    On election day the Australian Electoral Commission anticipates one million voters to pass through their voting centres every hour. Voting is compulsory for everyone on the electoral roll, so all Australians should familiarise themselves with the voting process before election day. - ໃນມື້ເລືອກຕັ້ງ, ຄນະກັມມະການ ການເລືອກຕັ້ງ ຂອງອອສເຕຣເລັຍ(The Australian Electoral Commission), ຫລື AEC, ຄາດວ່າຈະມີຜູ້ອອກສຽງຫນຶ່ງລ້ານຄົນ ທີ່ສູນເລືອກຕັ້ງຂອງເຂົາເຈົ້າ ທຸກຊົ່ວໂມງ. ການອອກສຽງ ເປັນສິ່ງບັງຄັບຖ້ າຫາກທ່ານຢູ່ໃນທະບຽນຂອງຜູ້ມີສິດເລືອກຕັ້ງ. ສະນັນ ຊາວອອສເຕຣເລັຍທຸກຄົນ ຄວນທຳຄວາມຄຸ້ນເຄີຍກັບຂັ້ນຕອນ ການອອກສຽງ ກ່ອນມື້ເລືອກຕັ້ງ.

  • ມາທຳຄວາມຮູ້ຈັກກັບພັກ Liberal Party

    16/04/2025 Duración: 10min

    ມາທຳຄວາມຮູ້ຈັກກັບພັກການເມືອງອີກພັກນຶ່ງຂອງອອສເຕຣເລັຍ ກ່ອນການເລືອກຕັ້ງປີນີ. ພັກ Liberal Party ເຄີຍມີນາຍົກຣັຖມົນຕີທີ່ດຳຣົງຕຳແນງຍາວນານທີ່ສຸດໃນການເມືອງອອສເຕຣເລັຍ. ແຕ່ Liberal Party ແມ່ນໃຜ ແລະມາຈາກໃສ?

  • ພັກແຫ່ງຊາດອອສເຕຣເລັຍ (The National Party of Australia).

    16/04/2025 Duración: 10min

    ມາທຳຄວາມຮູ້ຈັກກັບພັກການເມືອງອີກພັກນຶ່ງຂອງອອສເຕຣເລັຍ ກ່ອນການເລືອກຕັ້ງປີນີ. ພັກແຫ່ງຊາດອອສເຕຣເລັຍ (The National Party of Australia). ຍັງເປັນທີ່ຮູ້ຈັກໃນນາມ the Nationals ຫລື the Nats. ເຂົາເຈົ້າ ເປັນທີ່ຮູ້ຈັກກັນດີ ດ້ານຫມວກໃຫຍ່ ແລະແນໃສ່ພູມີພາກ ຂອງອອສເຕຣເລັຍ. ແຕ່ the Nationals ແມ່ນໃຜ ແລະມາຈາກໃສ?

  • ຝ່າຍຄ້ານ ອາດເນຣະເທດອາດຊະຍາກອນ ຫາກໄດ້ເປັນຣັຖບານ

    09/04/2025 Duración: 06min

    Peter Dutton ຜູ້ນໍາຝ່າຍຄ້ານ ໄດ້ສເນີທາງເລືອກ ທີ່ຈະຈັດການໃຫ້ມີການລົງປະຊາມະຕິ (Referendum) ເພື່ອມີອໍານາດ ທີ່ຈະຂັບໄລ່ຄົນສອງສັນຊາດ ທີ່ມີຄວາມຜິດທາງອາຍາ. ໃນປີ 2022, ສານສູງໄດ້ຕັດສິນວ່າ ຣັຖມົນຕີ ບໍ່ສາມາດຖອນສັນຊາດ ຈາກອາດຊະຍາກອນໄດ້, ໂດຍຖືວ່າ ມັນຂັດຕໍ່ຣັຖທັມມະນູນ ທີ່ນັກການເມືອງ ຈະມີສິດລົງໂທດທາງອາຍາ.

  • Peter Dutton ຍອມຮັບຜິດກ່ຽວກັບນະໂຍບາຍເລືອກຕັ້ງ.

    09/04/2025 Duración: 06min

    ຜູ້ນໍາຝ່າຍຄ້ານ ຂອງຣັຖບານກາງ, Peter Dutton, ໄດ້ປະຖິ້ມແຜນການ ທີ່ຈະບັງຄັບໃຫ້ພະນັກງານຣັຖບານ ຄືນໄປເຮັດວຽກ ໃນຫ້ອງການ. ແລະຍອມຮັບວ່າ ນະໂຍບາຍນັ້ນ ເປັນຄວາມຜິດພາດ.

  • ໂຄງການຊ່ອຍເຫລືອດ້ານສຸຂະພາບແຂ້ວ ສໍາລັບຜູ້ສູງອາຍຸ.

    09/04/2025 Duración: 05min

    ສະມາຄົມແຂ້ວຂອງອອສເຕຣເລັຍ ກໍາລັງຂໍຮ້ອງໃຫ້ຣັຖບານ ແນະນໍາໂຄງການຊ່ອຍເຫລືອ ສໍາລັບຜູ້ສູງອາຍຸ. ມັນເກີດຂຶ້ນ ໃນຂນະທີ່ຈໍານວນຄົນ ທີ່ມີອາຍຸສູງກວ່າ 65 ປີ ຕ້ອງເຂົ້າໂຮງຫມໍ ເພາະບັນຫາແຂ້ວໄດ້ເພີ່ມຂຶ້ນ.

  • ບົດບາດຂອງ The Teals ແມ່ນຫຍັງ?

    09/04/2025 Duración: 11min

    The Teals, ທ່ານ ເຄີຍໄດ້ຍິນຄຳນີ້ຫຼືບໍ່? The Teals ບໍ່ແມ່ນພັກການເມືອງ, ແຕ່ເປັນຂະບວນການ ທີ່ສເນີທາງເລືອກອື່ນ ນອກຈາກພັກໃຫຍ່. ສະນັ້ນ ເຂົາເຈົ້າມາຈາກໃສ? ແລະເຂົາເຈົ້າມີນະໂຍບາຍແບບໃດ? ພວກເຂົາມີບົດບາດສຳຄັນສ່ຳໃດໃນການເມືອງ ອອສເຕຣເລັຍ.

  • The Australian Greens ແມ່ນພັກການເມືອງແບບໃດ?

    02/04/2025 Duración: 07min

    The Australian Greens, ຊຶ່ງປະຈຸບັນນີ້ນໍາໂດຍ Adam Bandt, ເປັນພັກຍ່ອຍ ທີ່ໃຫຍ່ທີ່ສຸດຂອງອອສເຕຣເລັຍ ທີ່ໄດ້ເຕີບໂຕຂຶ້ນ ຈາກກຸ່ມຜູ້ປະທ້ວງ ໄປສູ່ແກນນຳສໍາຄັນ ໃນຣັຖສະພາ ໃນໄລຍະ 50 ປີທີ່ຜ່ານມາ. ໃນການເລືອກຕັ້ງຄັ້ງນີ້, ພວກເຂົາມີນະໂຍບາຍແນວໃດ?

página 3 de 27